ພິທີເຊັນສັນຍາ ລະຫວ່າງ ບໍລິສັດ ພິນາເຄີລ ອິນເວັສເມັນຄາປີໂຕ ຈຳກັດ ແລະ ລັດຖະບານ ແຫ່ງ ສປປ ລາວ

ເມື່ອວັນທີ 28 ເດືອນ ເມສາ ປີ 2023 ທີ່ຜ່ານມາ ບໍລິສັດ ພິນາເຄີລ ອິນເວັສເມັນຄາປີໂຕ ພາຍໃຕ້ເຄື່ອຂອງ ບໍລິສັດ ພູສີ ກຣຸບ ໄດ້ຮ່ວມເຊັນສັນຍາກັບ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍການສຳປະທານ ແລະ ການສຳຫຼວດຖ່ານຫີນ ໃນເນື້ອທີ 4.71 ກມ2. ຢູ່ທີ່ເຂດບ້ານນ້ຳຟ້າ, ບ້ານ ນ້ຳກ້ຽງ ແລະ ບ້ານ ນ້ຳເສືອ ເມືອງວຽງພູຄາ ແຂວງ ຫຼວງນ້ຳທາ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສີທາ ພົມມະຈິດ ຜູ້ອຳນວຍການບໍລິສັດ ບໍລິສັດເອວ ນໍເຕີນພັດທະນາ ຈຳກັດ