ບໍລິສັດ ພູສີ ກຣຸບ ຈຳກັດ

ຜູ້ນຳທາງຄວາມຄິດສ້າງສັນ ແລະ ນະວັດຕະກຳສະໄໝໃໝ່ໃນດ້ານວິສະວະກຳ ແລະ ການກໍ່ສ້າງຂອງປະເທດແບບມີຄຸນນະພາບ ແລະ ຄົບວົງຈອນ

ບໍລິການຂອງພວກເຮົາ

ການກໍ່ສ້າງ

ອາຄານ ສະຖານທີ່ຕ່າງໆ

ງານຮາກຖານ

ໝັ້ນຄົງ ສົມບູນແບບ

ງານຮື້ຖອນ

ຄົບວົງຈອນ

ການຈັດການ

ເປັນລະບົບມາດຕະຖານສາກົນ

ຮັບໃບສະເໜີລາຄາສຳລັບໂຄງການຂອງທ່ານ

ບົດນຳ

  • ບໍລິສັດ ພູສີ ກຣຸບ ມີປະສົບການດໍາເນີນທຸລະກິດຫຼາຍກວ່າ 23 ປີ ຢູູ່ສປປ ລາວ ໂດຍສະເພາະ ທຸລະກິດການກໍໍ່ສ້າງ ແລະ ຂົວທາງ ນັບແຕູ່ປີ 1997 ຈົນເຖີງປະຈຸບັນ;
  • ໃນປີ 2009, ພາຍໃຕ້ການນໍາຂອງ ປະທານ ສີທອງ ພົມມະຈິດ ຊຶ່ງເປັນຜູ້ສືບທອດລຸ້ນທີ ສອງ ທີ່ນໍາພາບໍລິສັດ ເຕີບໂຕຢ່າງຕໍໍ່ເນື່ອງ ແລະ ມີຊັບສິນກວ່າ 3 ຕື້ ໂດລາສະຫະລັດ;
  • ບໍລິສັດ ພູສີກຣຸບ ປະກອບມີບໍລິສັດ ໃນເຄືອຄື: ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ການເງີນການລົງທຶນ,ນໍ້າມັນເຊື່ອໄຟ, ຂຸດຄົ້ນບໍ່ແຮ່ ແລະ ຖ່ານຫີນ, ເຂື່ອນໄຟຟ້າ, ອະສັງຫາລິມມະຊັບ, ເຂດເສດຖະກິດພິເສດ,ທີ່ປືກສາດ້ານກົດໝາຍ,ສະຖາບັນການເງີນ, ໂຮງແຮມ ແລະ ໂຮງໂມ້ຫີນ;
  • ບໍລິສັດ ພູສີກຣຸບ ມີພະນັກງານສັງກັດໃນເຄື່ອກວ່າ 130 ຄົນ

ປີທີ່ກໍ່ຕັ້ງ

ໂຄງການທີ່ແລ້ວສົມບູນ

ພາບລວມ

ວິໄສທັດ

ບໍລິສັດ ພູສີ ກຣຸບ ມຸ່ງໝັ້ນ ທີ່ຈະເປັນບໍລິສັດຜູ້ນໍາໃນລາວ ແລະ ຂະຫຍາຍທຸລະກິດໃຫ້ກ້າວໄກ ເພື່ອຮັບໃຊ້ປະຊາຊົນລາວ ແລະ ພາກພື້ນອາຊີ.

ພາລະກິດ

“ບໍລິສັດ ພູສີ ກຣຸບ ຕັ້ງຫມັ້ນທີ່ຈະສະໜອງການບໍລິການທີ່ມີຄຸນນະພາບສູງສຸດແກູ່ລູກຄ້າຂອງພວກເຮົາຄຽງຄູູ່ໄປການສ້າງຄວາມຫມັ້ນຄົງ

ຍຸດທະສາດ

  • ເປັນຜູ້ຮັບເໝົາແຖວຫນ້າຂອງໂຄງການກໍໍ່ສ້າງຂອງລັດຖະບານລາວ.

ການຮ່ວມມື

ຫ້ອງການລັດຖະບານ

  • ກະຊວງໂຍທາທິການ ແລະ ຂົນສົ່ງ
  • ກະຊວງກະສິກຳ ແລະ ປ່າໄມ້
  • ກະຊວງພະລັງງານ ແລະ ບໍ່ແຮ່

ຄຸນຄ່າທີ່ກຸ່ມບໍລິສັດພູ ສີຍຶດຖື

ການເປີດກວ້າງ-ຕໍ່ການຄົນຫາຄວາມເປັນໄປໄດ້ແບບໃຫມ່ໆ ດ້ວຍຄວາມຄິດສ້າງສັນ, ຮຽນຮູ້ຈາກຜົນສຳເລັດ ແລະຄວາມລົ້ມເຫລວ ພ້ອມທັດສະນະທີ່ ຮັບເອົາຄວາມທ້າທາຍ ແລະໂອກາດເພື່ອແກ້ໄຂບັນຫາ.

ບຸກຄະລາກອນ ແລະ ໂຄງຮ່າງການຈັດຕັ້ງ

ທີມງານຂອງພູສີແມ່ນສິ່ງທີ່ມີຄຸນຄ່າສູງສຸດ. ບຸກຄະລາກອນທີ່ເຂັ້ມແຂງແມ່ນປັດ ໃຈສຳຄັນທີ່ຈະນຳພາບໍລິສັດກ້າວໄປທາງຫນ້າ ຍ້ອນດັ່ງນັ້ນ ພວກເຮົາຈິ່ງໄດ້ເອົາໃຈໃສ່ຄັດສັນສະມາຊິກຢ່າງລະມັດລະວັງ.

ພວກເຮົາສ້າງມາດົນ ກວ່າ 23 ປີ

ພວກເຮົາມີຄວາມຮັບຜິດຊອບໃນຜົນງານໃຫ້ໄດ້ຄຸນນະພາບ ຕາມງົບປະມານ ແລະ ໄລຍະເວລາທີ່ກຳນົດ ລວມທັງຄວາມຮັບຜິດຊອບຕໍ່ຊຸມຊົນ ສິ່ງແວດລ້ອມ ແລະ ປະເທດຊາດ.

ບໍລິສັດໃນເຄືອ

ມາສ້າງບາງສິ່ງດ້ວຍກັນ

ພວກເຮົາມຸ່ງເນັ້ນຄວາມເປັນເລີດໃນການສ້າງສັນຜົນງານໃຫ້ເປັນທີ່ປະຈັກແກ່ລູກຄ້າ ແລະ ປະຊາຊົນ

ບໍລິສັດຕັ້ງຢູ່ໃສ?

ບໍລິສັດ ພູສີ ກຣຸບ ຈໍາກັດ ສຳນັກງານໃຫຍ່ຕັ້ງຢູ່ໂຮງແຮມຄອນຕີເນັນໂທ ພຣາຊາ, ບ້ານ ໜອງບົວທອງໃຕ້, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ສປປ ລາວ

ຖ້າສົນໃຈຈະຕິດຕໍ່ໄດ້ທາງໃດແດ່?

ທ່ານສາມາດເຂົ້າມາພົວພັນນຳພະນັກງານການຕະຫຼາດຂອງພວກເຮົາໄດ້ທີ່ສຳນັກງານໃຫຍ່

ບໍລິສັດ ພູສີກຣຸບ ຈຳກັດ ໃຫ້ບໍລິການດ້ານໃດແດ່?
  • ວິສະວະກຳກໍ່ສ້າງ
  • ອອກແບບ ຂົວ-ທາງ
  • ຂົ້ນບໍ່ແຮ່ ແລະ ຖ່ານຫີນ
  • ນໍ້າມັນເຊື້ອໄຟ
  • ອະສັງຫາລິມມະຊັບ
  • ພະລັງງານ
  • ການເງີນການລົງທຶນ
  • ທີ່ປືກສາທາງກົດໝາຍ
  • ເຂດເສດຖະກິດພິເສດຫຼວງພະບາງ
  • ອື່ນໆ
ມີຈັກບໍລິສັດໃນບໍລິສັດ ພູສີ ກຣຸບ ຈຳກັດ?

ບໍລິສັດ ພູສີ ກຣຸບ ຈຳກັດ ມີບໍລິສັດໃນເຄືອທັງໝົດ 12 ບໍລິສັດ.

ຜ່ານມາ ເຄີຍເຮັດໂຄງການຫຍັງແດ່?

– ໂຄງການກໍ່ສ້າງເສັ້ນທາງໃນແຂວງຫຼວງພະບາງ

– ໂຄງການກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ

ຕິດຕໍ່ພວກເຮົາ

ບໍລິສັດ ພູສີ ກຣຸບ ຈໍາກັດ ຫ້ອງການໃຫຍ່ຕັ້ງຢູ່ໂຮງແຮມຄອນຕີເນັນໂທ ພຣາຊາ, ບ້ານ ໜອງບົວທອງໃຕ້, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ສປປ ລາວ

+856 21265394

+856 21265394

info@phousy.com

www.phousy.com