ເຂດເສດຖະກິດພິເສດ ແຂວງຫຼວງພະບາງ (ຂພຫຼ)
ຍົກລະດັບເຂດຊານເມືອງເກົ່າຫລວງພະບາງ ແລະ ເຂດທີ່ຍັງບໍ່ມີການພັດທະນາເມືອງໃຫມ່ຈອມເພັດ ໃຫ້ເປັນເຂດເສດຖະກິດພິເສດທີ່ຕິດພັນກັບການ ອະນຸລັກວັດທະນະທຳ ແລະ ປົກປັກຮັກສາສະພາບແວດລ້ອມ ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດສັງຄົມຂອງແຂວງ ໃຫ້ຄຽງຄູ່ໄປກັບກັບການອະນຸລັກເມືອງມໍລະດົກໂລກ.

ພິທີເຊັນສັນຍາວ່າດ້ວຍການພັດທະນາ ຂພຫຼ ລະຫວ່າງລັດຖະບານລາວ ແລະ ບໍລິສັດພູສີ ກຣຸບ

ຂພຫຼ
ທີ່ຕັ້ງໂຄງການ: ແຂວງຫລວງພະບາງ
- ໄລຍະເວລາສໍາປະທານ: 2016 (99 ປີ)
- ທຶນຈົດທະບຽນ: 1,200,000,000 ໂດລາສະຫະລັດ
- ຜູ້ພັດທະນາ: ລັດຖະບານ ລາວ+ ເອກະຊົນ(ລາວ)
- ເນື້ອທີ່: 4,850 ເຮັກຕາ
- ປະໂຫຍດທາງດ້ານທີ່ຕັ້ງ: ມີເນື້ອທີ່ດິນອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ ເຫມາະສໍາລັບສ້າງເປັນຕົວເມືອງສີຂຽວ ແລະ ເຫມາະສ້າງເປັນເຂດການຄ້າກັບບັນດາປະເທດເພື່ອນບ້ານ.






ເປົ້າຫມາຍການລົງທຶນ:
1. ອະສັງຫາລິມະຊັບ
2. ໂຮງຮຽນນາໆຊາດ
3. ສູນກາງການປິ່ນປົວ, ໂຮງຫມໍລະດັບສາກົນ
4. ສາຖາບັນການເງິນ ແລະ ທະນາຄານ
5. ສູນອອກກໍາລັງກາຍ ແລະ ສະຫນາມກ໊ອບ
6. ສູນການຄ້າ ແລະ ຮ້ານຄ້າປອດພາສີ
7. ຮ້ານອາຫານ, ສະຖານບັນເທີງ ແລະ ໂຮງແຮມ
8. ສາງພັກສິນຄ້າ
9. ເຂດຜະລິດ ແລະ ຈໍາຫນ່າຍຜະລິດຕະພັນກະສິກໍາ
10. ເຂດອຸດສາຫະກໍາ
11. ພື້ນຖານໂຄງລ່າງ(ອ່າງບໍາບັດນໍ້າ, ການກໍາຈັດສິ່ງເສດເຫລືອ, ໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ)
12. ສວນສາທາລະນະ, ສູນວັດທະນະທໍາ ແລະ ສູນກິລາ
ພາບແຜນວາດ ສໍາລັບການພັດທະນາ ຂພຫຼ




ແຜນການພັດທະນາ ຂພຫຼ ສໍາລັບ 3 ໂຄງການ
ໂຮງແຮມຣັບເຟີ (Raffle)
ໂຮງແຮມໂນໂວເທວ
ສູນການຄ້າ ແລະ ຮ້ານຄ້າປອດພາສີ
2023 ຂໍ້ມູນໂດຍຫຍໍ້ ການພັດທະນາໂຄງການ ຢູ່ ຂພຫຼ
ລໍາດັບ | ຊື່ໂຄງການ | ລະດັບ | ຈໍານວນຫ້ອງ | ມູນຄ່າລົງທືນ/$ | ປີກໍ່ສ້າງ | ປີໃຫ້ບໍລິການ |
1 | ໂຮງແຮມຣັບເຟີ (Raffle) | 5 ດາວ | 160ຫ້ອງ | 76,499,525 | 2019 | 2022 |
2 | ໂຮງແຮມໂນໂວເທວ | 4 ດາວ | 380ຫ້ອງ | 106,666,800 | 2019 | 2023 |
3 | ສູນການຄ້າ ແລະ ຮ້ານຄ້າປອດພາສີ | – | – | 66,666,700 | 2019 | 2023 |
ຄາດຄະເນຜົນໄດ້ຮັບຈາກ ໂຄງການ ຢູ່ ຂພຫ
ລໍາດັບ | ຊື່ໂຄງການ | ມູນຄ່າລົງທືນ/$ | PB |
NPV | IRR |
1 | ໂຮງແຮມຣັບເຟີ (Raffle) | 76,499,525 | 10 | 11,234,356.57 | 12,56% |
2 | ໂຮງແຮມໂນໂວເທວ | 106,666,800 | 14 | 10,694,431.72 | 12,29% |
3 | ສູນການຄ້າ ແລະ ຮ້ານຄ້າປອດພາສີ | 66,666,700 | 5 | 19,467,551.52 | 16% |
ຄາດຄະເນ ລາຍຮັບຈາກການຂາຍ ສໍາປະທານທີ່ດິນ
ກ່ອນກໍ່ສ້າງພື້ນຖານໂຄງລ່າງ
ລໍາດັບ | ລາຍການ | ຫົວໜ່ວຍ | ບໍລິມາດ | ລາຄາ/ໂດລາ | ລາຄາລວມ |
1 | ຂາຍ ສຳປະທານທີ່ດິນ ປີ 2020 | ຮຕ | 50 | 200,000 | 10,000,000 |
2 | ຂາຍ ສຳປະທານທີ່ດິນ ປີ 2021 | ຮຕ | 20 | 200,000 | 4,000,000 |
3 | ຂາຍ ສຳປະທານທີ່ດິນ ປີ 2022 | ຮຕ | 20 | 200,000 | 4,000,000 |
4 | ຂາຍ ສຳປະທານທີ່ດິນ ປີ 2023 | ຮຕ | 10 | 200,000 | 2,000,000 |
ລວມທັງໝົດ | 100 | $20,000,000 |
ຫຼັງຈາກກໍ່ສ້າງພື້ນຖານໂຄງລ່າງແລ້ວ
ລໍາດັບ | ລາຍການ | ຫົວໜ່ວຍ | ບໍລິມາດ | ລາຄາ/ໂດລາ | ລາຄາລວມ |
1 | ຂາຍ ສຳປະທານທີ່ດິນ ປີ 2020 | ຮຕ | 300 | 400,000 | 120,000,000 |
2 | ຂາຍ ສຳປະທານທີ່ດິນ ປີ 2021 | ຮຕ | 200 | 400,000 | 80,000,000 |
3 | ຂາຍ ສຳປະທານທີ່ດິນ ປີ 2022 | ຮຕ | 200 | 400,000 | 80,000,000 |
4 | ຂາຍ ສຳປະທານທີ່ດິນ ປີ 2023 | ຮຕ | 200 | 400,000 | 80,000,000 |
ລວມທັງໝົດ | 900 | $360,000,000 |