ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ຮ່ວມກັບກຸ່ມບໍລິສັດລັດວິສາຫະກິດ ວິສະວະກຳ ກໍ່ສ້າງ ສປ ຈີນ (CSCEC) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການ​ກໍ່ສ້າງ​ທາງ​ດ່ວນ ​​ແລວທາງໃໝ່, ແຕ່ນະຄອນຫຼວງວຽງຈັນ ຫາ ປາກເຊ, ແຂວງຈໍາປາສັກ, ຊ່ວງທີ III ແຕ່ແຍກທາງເລກ 9 ​(ເຊ​ໂນ), ແຂວງ​ ສະຫວັນ​ນະ​ເຂດ ຫາ ແຍກທາງເລກ 15 (ນາປົ່ງ), ​ແຂວງສາລະວັນ, ການກໍານົດໄວ້ຊ້ວງທໍາອິດຂອງໄລຍະທາງແມ່ນ 128 ກິໂລແມັດ.

ພິທີເຊັນບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນໃນວັນສຸກ ທີ 26/10/2018 ທີ່ຫ້ອງປະຊຸມ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ກຽດເປັນປະທານໂດຍ ທ່ານ ແພງ ດວງເງິນ, ຫົວໜ້າກົມຂົນສົ່ງ, ກະຊວງ ຍທຂ ໃນນາມເປັນເຈົ້າຂອງໂຄງການ ພ້ອມດ້ວຍຜູ້ລົງທືນ ນໍາໂດຍ ທ່ານ ສີທາ ພົມມະຈິດ, ອໍານວຍການ ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ຮ່ວມທືນ ກັບກຸ່ມບໍລິສັດລັດວິສາຫະກິດ ວິສະວະກຳກໍ່ສ້າງ ສປ ຈີນ, ໃນນາມເປັນປະທານໂດຍ ທ່ານ Meng Chao; ຄຽງຄູ່ກັນນັ້ນໃຫ້ກຽດເປັນພະຍານເຂົ້າຮ່ວມພິທີດັ່ງກ່າວ ໂດຍ ທ່ານ ປອ. ບຸນຈັນ ສີນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານເລຂາເສດຖະກິດຂອງສະຖານທູດຈີນ ປະຈໍາ ສປປ ລາວ, ຄະນະກົມຈາກກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຕ່າງໜ້າອົງການລັດວິສະຫະກິດ, ທະນາຄານ ແລະ ວິຊາການຈາກທັງສອງບໍລິສັດ ກໍ່ເຂົ້າຮ່ວມເຊັ່ນດຽວກັນ ເພື່ອເປັນສັກຂີພິຍານໃນພິທີການຄັ້ງນີ້.

ຜົນປະໂຫຍດຂອງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ປາກເຊ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ສປປ ລາວ ແລະ ແທດເໝາະກັບນະໂຍບາຍຂອງລັດຖະບານ ສປ ຈີນ “ໜື່ງແລວທາງ ໜື່ງເສັ້ນທາງ”, ຜົນປະໂຫຍດທີສອງ ແມ່ນສາມາດຫຼຸດເວລາການເດີນທາງໄປທາງໄກໄດ້ (ປາຍທາງປາກເຊ) ຈາກແລ່ນລົດໄປທາງເລກທີ 13 ໃຕ້ ໂດຍທົ່ວໄປໃຊ້ເວລາປະມານ 8-10 ຊົ່ວໂມງ ຖ້ານໍາໃຊ້ທາງດ່ວນໃນອະນາຄົດ ຕາມການຄາດຄະເນ ອາດຈະຫຼຸດລົງ ເປັນ 6-7 ຊົ່ວໂມງເທົ່ານັ້ນ ຊື່ງເປັນການເພີ່ມປະສິດທິຜົນໃນການເດີນທາງ ກໍຄືການດໍາເນີນທຸລະກິດ ແລະ ອີກຢ່າງໜື່ງ ທາງດ່ວນດັ່ງກ່າວເປັນໂສມໜ້າອັນໃໝ່ໃຫ້ແກ່ປະເທດລາວ ຈາກເປັນປະເທດບໍ່ມີທາງອອກສູ່ທະເລ ກາຍ ເປັນເປະເທດເຊື່ອມໂຍງກັບພາກພື້ນ ປະກອບການເຊື່ອມຈອດກັບບັນດາປະເທດໃກ້ຄຽງ, ໂຄງການທາງລົດໄຟເຊື່ອມໂຍງ ລາວ-ຈີນ ແລະ ອື່ນໆ.

ຫຼັງຈາກ ສໍາເລັດເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ແລ້ວ, ທັງສອງບໍລິສັດ ຄື: PCD ຮ່ວມກັບ CSCEC ກໍຄືຜູ້ລົງທຶນ ແມ່ນຈະໃຊ້ໄລຍະເວລາທັງໝົດ 16 ເດືອນ ໃນການດໍາເນີນສໍາຫຼວດການສຶກສາຄວາມເປັນໄປໄດ້ດັ່ງກ່າວ, ຊຶ່ງຄາດຫວັງວ່າ ຈະສໍາເລັດການສຶກສາຄວາມເປັນໄປ ໃນຕົ້ນປີ 2020 ແລະ ຄາດໝາຍວ່າຈະໄດ້ຮັບການເຊັນສັນຍາສໍາປະທານ ການກໍ່ສ້າງທາງດ່ວນ ໃນຮູບແບບກໍ່ສ້າງ-ດໍາ​ເນີນການ/ບໍລິການສິ່ງ​ກໍ່ສ້າງ-ມອບ​ໂອນ​ໃຫ້​ລັດຖະບານ ​(BOT) ຊື່ງໄດ້ກໍານົດໄວ້ໃບບົດບັນທຶກຄວາມເຂົ້າໃຈສະບັບນີ້.