ທີມງານຂອງພູສີແມ່ນສິ່ງທີ່ມີຄຸນຄ່າສູງສຸດ. ບຸກຄະລາກອນທີ່ເຂັ້ມແຂງແມ່ນປັດ ໃຈສຳຄັນທີ່ຈະນຳພາບໍລິສັດກ້າວໄປທາງຫນ້າ ຢ້ອນດັ່ງນັ້ນພວກເຮົາຈິ່ງໄດ້ເອົາໃຈໃສ່ຄັດສັນສະມາຊິກຢ່າງລະມັດລະວັງ. ພວກເຮົາບໍ່ພຽງແຕ່ຊອກບຸກຄະລາກອນທີ່ມີຄຸນນະພາບເທົ່ານັ້ນ ແຕ່ຕ້ອງມີໃຈຮັກໃນຫນ້າທີ່ວຽກງານອີກດ້ວຍ.
ບັນຍາກາດການເຮັດວຽກ
• ພະນັກງານທຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ
• ເປັນບ່ອນທີ່ພະນັກງານສາມາດສະແດງແນວຄວາມຄິດສ້າງສັນ ແລະ ພັດທະນາທັກສະຂອງເຂົາເຈົ້າ
• ບັນຍາກາດເປັນກັນເອງແບບຄອບຄົວ
• ມີການສື່ສານທີເປີດເຜີຍ ແລະ ໂປງໃສ
• ມີການຈັດສັນເງິນເດືອນໃຫ້ເໝາະສົມກັບຕະຫຼາດແຮງງານ
• ມີພົນຕອບແທນທີດີໃຫ້ກັບພະນັກງານທີ່ມີຄວາມຫ້າວຫັນ
• ມີການຈັດສັນໂມງເຮັດວຽກທີ່ເໝາະສົມ