ທ່ານ ປະທານ ບໍລິສັດ ພູສີ ກຣຸບ ພ້ອມດ້ວຍຄະນະບໍລິຫານຂອງບໍລິສັດ ໄດ້ຕ້ອນຮັບ ຄະນະບໍລິຫານຈໍານວນ 7 ທ່ານ ຂອງທະນາຄານກະສິກອນໄທ ຢ່າງເປັນທາງການ ໃນຄັ້ງວັນທີ 27 ກຸມພາ 2018, ທີ່ໂຮງແຮມຫຼວງພະບາງວິວ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ.

ການມາຢ້ຽມຢາມຂອງທະນາຄານກະສິກອນໄທຄັ້ງນີ້ແມ່ນມີຈຸດປະສົງ ເພື່ອແລກປ່ຽນປະສົບການໃນການດໍາເນີນທຸລະກິດ, ສະເໜີເຈດຈໍານົງສະເພາະ ເພື່ອເບີ່ງໂອກາດໃນການລົງທຶນຮ່ວມ ແລະ ສະໜອງສິນເຊື່ອ ໃຫ້ກັບ ບໍລິສັດ ພູສີ ກຣຸບ ໂດຍສະເພາະໂຄງການພັດທະນາ ເຂດເສດຖະກິດພິເສດ ແຂວງຫຼວງພະບາງ.

ທ່ານປະທານ ບໍລິສັດ ພູສີ ກຣຸບ ພ້ອມດ້ວຍຄະນະບໍລິຫານບໍລິສັດ ໄດ້ສະຫຼຸບພາບລວມການດໍາເນີນທະລະກິດໃນໄລຍະຜ່ານມາຈົນຮອດປະຈຸບັນ ແລະ ທ່າແຮງຂອງໂຄງການເຂດເສດຖະກິດພິເສດແຂວງຫຼວງພະບາງ ທີ່ໄດ້ຮັບອະນຸມັດຈາກ ລັດຖະບານ ສປປ ລາວ ປີ 2016 ເພື່ອເປີດອອກກາດໃຫ້ແກ່ນັກລົງທືນ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮ່ວມພັດທະນານໍາກັນ. ທະນາຄານກະສິກອນໄທ ມີຄວາມຍິນດີ ທີ່ຈະສ້າງສາຍພົວພັນກັບບໍລິສັດພູສີ ກຣຸບ ດ້ວຍຫຼາຍມິຕິ ທີ່ເປັນໄປໄດ້ ດັ່ງນີ້:

1). ເຫັນດີໃຫ້ຄໍາປຶກສາສິນເຊື່ອ ແກ່ບໍລິສັດ ພູສີ ກຣຸບ ເພື່ອພັດທະນາໂຄງການເຂດເສດຖະກິດພີເສດ ເສດຖະກິດ;

2). ຊ່ວຍສ້າງເຄື່ອຂ່າຍຕິດຕໍ່ກັບນັກທຸລະກິດພາກພື້ນ ແລະ ຂົງເຂດອື່ນ ທີ່ມີເຄື່ອຂ່າຍຮ່ວມກັບ ທະນາຄານກະສິກອນໄທ;

3). ຍີນດີສຶກສາຂໍ້ມູນເພີ່ມເຕີ່ມ ເພື່ອຮ່ວມພັດທະນາເຂດເສດຖະກິດພີເສດ ເສດຖະກິດ ໂດຍສະເພາະ ໂຄງການ ລາງລົດໄຟແລ່ນຜ່ານ;

4). ໃນອະນາຄົດ ສອງຝ່າຍຈະຮ່ວມປຶກສາຫາລືກັນ ອີກຮອບ ເພື່ອສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໃຫ້ປະສົບຜົນໄປຈິ່ງ.

ຫຼັງຈາກສໍາເລັດການລົງຢ້ຽມຢາມພາກສະໜາມຕົວຈິ່ງ ຢູ່ເຂດເສດຖະກິດພິເສດ ແຂວງຫຼວງພະບາງ, ທັງສອງຝ່າຍໄດ້ຮັບປະທານອາຫານທ່ຽງແບບສາມັກຄີ ຈົນຮອດ ເວລາ 13:00 ໂມງ, ​ທ່ານປະທານ ສີທອງ ພົມມະຈິດ ຖືໂອກາດອວຍພອນໃຫ້ ຄະນະບໍລິຫານຂອງທະນາຄານກະສິກອນໄທ ເດີນທາງກັບບ້ານ ດ້ວຍຄວາມປອດໄພ ແລະ ບໍລິສັດ ພູສີ ກຣຸບ ຍິນດີຕ້ອນຮັບສະເໝີ.