ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ວັນທີ 26 ຕຸລາທີ່ຜ່ານມາ ໄດ້ມີກອງປະຊຸມພົບປະ ລະຫວ່າງພາກລັດ ແລະ ພາກທຸລະກິດຂຶ້ນ ໂດຍການເປັນປະທານຂອງ ການນໍາຂັ້ນສູງຂອງລາວ ແລະ ມີຜູ້ແທນເຂົ້າຮ່ວມກອງປະຊຸມ ຈາກພາກລັດ, ພາກທຸລະກິດ ຈາກທົ່ວປະເທດ ເຂົ້າຮ່ວມຫຼາຍກວ່າ 500 ທ່ານ.
ພາກເຊົ້າ: ກອງປະຊຸມໄດ້ຮັບຟັງ ແລະ ເຊື່ອມຊືມ ມະຕິຂອງ ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 10 ແລະ ແຜນການພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ແຕ່ປີ 2016-2020 ຈາກ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເຊິ່ງເລັງເຫັນເຖິງຄວາມສໍາຄັນຕໍ່ ພາກທຸລະກິດ ໃນໂຄງປະກອບຂອງ ເສດຖະກິດຂອງຊາດ ແລະ ເຫັນຄວາມສໍາຄັນໃນການ ບຸກທະລຸ ເພື່ອປ່ຽນແປງລະບອບການຄຸ້ມຄອງມະຫາພາກ ໄປສູ່ການຄຸ້ມຄອງ ທີ່ສົ່ງເສີມ ການຜະລິດແຫ່ງຊາດ ໄປຕາມເສດຖະກິດຕະຫຼາດ ແລະ ມີຄວາມໂປ່ງໃສ.

ພາກບ່າຍ: ກອງປະຊຸມ ໂດຍການເປັນປະທານ ຂອງພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສືບຕໍ່ ປຶກສາຫາລື ເພື່ອປັບປຸງ ສະພາບແວດລ້ອມຂອງການດໍາເນີນທຸລະກິດໃນປັດຈຸບັນຢູ່ ສປປ ລາວ ແລະ ໄດ້ລາຍງານ 4 ວຽກງານຈຸດສຸມທີ ສຄອ ແຫ່ງຊາດລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ແລະ ສະເໜີ 6 ຂໍ້ ໃຫ້ພາກລັດຖະບານໄດ້ຄົ້ນຄວ້າ ພິຈາລະນາໂດຍສະເພາະແມ່ນ:
1. ນະໂຍບາຍສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ
2. ການເສີມສ້າງຄວາມເຂັ້ມແຂງຂອງ ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ ແລະ ກຸ່ມທຸລະກິດ
3. ການປັບປຸງກົນໄກການສ້າງຕັ້ງວິສາຫະກິດ ໃຫ້ກະທັດຫັດ ໃຊ້ເວລານ້ອຍ ແຕ່ເພີ່ມກົນໄກການກວດກາ ຕິດຕາມການເຄື່ອງໄຫວຂອງວິສາຫະກິດຢ່າງເປັນລະບົບ
4. ການກວດກາຄືນ ແລະ ລົບລ້າງຄໍາສັ່ງ ທີ່ທັບຊ້ອນ ລະຫວ່າງສູນກາງ-ທ້ອງຖີ່ນ, ລະຫວ່າງແຕ່ລະຂະແໜງຂອງລັດ, ລະຫວ່າງຄໍາສັ່ງເກົ່າ ແລະ ຄໍາສັ່ງໃໝ່ ທີ່ສະກັດກັ້ນການຈໍລະຈອນສິນຄ້າ ແລະ ການດໍາເນີນທຸລະກິດ
5. ການໃຫ້ການຍ້ອງຍໍ ແລະ ການມອບລາງວັນ ໃຫ້ວິສາຫະກິດດີເດັ່ນ, SME ດີເດັ່ນ, ຜູ້ລົງທຶນຕ່າງປະເທດດີເດັ່ນ ຢ່າງເປັນທາງການ ເພື່ອເພີ່ມທະວີທັດສະນະແຂ່ງຂັນໃນວົງທຸລະກິດຢູ່ ສປປ ລາວ
6. ການນໍາໃຊ້ hotline ຂອງບັນດາກະຊວງໃຫ້ໄດ້ດີກວ່າເກົ່າ

ພາກຄໍ່າ: ໄດ້ມີງານມອບລາງວັນ ທຸລະກິດ SMEs ດີເດັນຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ປະຈໍາປີ 2017 ເພື່ອເປັນຂວັນ ແລະ ກໍາລັງໃຈ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ໄດ້ສືບຕໍ່ສ້າງຜົນງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ.

ພິທີດັ່ງກ່າວ ແມ່ນໄດ້ເຂົ້າຮ່ວມເປັນສັກຂີພະຍານໂດຍ ພະນະທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ປະທານ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຂົ້າຮ່ວມສົມກຽດ. ຈໍານວນທຸລະກິດດີເດັ່ນທີ່ໄດ້ຮັບລາງວັນມີທັງໝົດ 40 ວິສາກະກິດ.