ບໍລິສັດ ພູສີ ກຣຸບ ຈຳກັດ
ຜູ້ນຳທາງຄວາມຄິດສ້າງສັນ ແລະ ນະວັດຕະກຳສະໄໝໃໝ່ໃນດ້ານວິສະວະກຳ ແລະ ການກໍ່ສ້າງຂອງປະເທດແບບມີຄຸນນະພາບ ແລະ ຄົບວົງຈອນ
ບໍລິການຂອງພວກເຮົາ

ການກໍ່ສ້າງ
ອາຄານ ສະຖານທີ່ຕ່າງໆ

ງານຮາກຖານ
ໝັ້ນຄົງ ສົມບູນແບບ

ງານຮື້ຖອນ
ຄົບວົງຈອນ

ການຈັດການ
ເປັນລະບົບມາດຕະຖານສາກົນ
ຮັບໃບສະເໜີລາຄາສຳລັບໂຄງການຂອງທ່ານ
ບົດນຳ
- ບໍລິສັດ ພູສີ ກຣຸບ ມີປະສົບການດໍາເນີນທຸລະກິດຫຼາຍກວ່າ 20 ປີ ຢູູ່ສປປ ລາວ ໂດຍສະເພາະ ທຸລະກິດການກໍໍ່ສ້າງ ແລະ ຂົວທາງ ນັບແຕູ່ປີ 1997 ຈົນເຖີງປະຈຸບັນ;
- ໃນປີ 2009, ພາຍໃຕ້ການນໍາຂອງ ປະທານ ສີທອງ ພົມມະຈິດ ຊຶ່ງເປັນຜູ້ສືບທອດລຸ້ນທີ ສອງ ທີ່ນໍາພາບໍລິສັດ ເຕີບໂຕຢ່າງຕໍໍ່ເນື່ອງ ແລະ ມີຊັບສິນກວ່າ 3 ຕື້ ໂດລາສະຫະລັດ;
- ບໍລິສັດ ພູສີກຣຸບ ປະກອບມີບໍລິສັດ ໃນເຄືອຄື: ພູສີກໍໍ່ສ້າງ ແລະ ພັດທະນາ ມະຫາຊົນ, ນໍ້າມັນເຊືື່ອໄຟ, ບໍໍ່ແຮ່, ເຂື່ອນໄຟຟ້າ, ຂາອອກ-ຂາເຂົ້າ, ໂຮງແຮມ ແລະ ໂຮງໂມ້ຫີນ;
- ບໍລິສັດ ພູສີກຣຸບ ມີພະນັກງານໃນສັງກັດ ບໍລິສັດພູສີ
ປີທີ່ກໍ່ຕັ້ງ
ໂຄງການທີ່ແລ້ວສົມບູນ
ພາບລວມ
ວິໄສທັດ
ບໍລິສັດ ພູສີ ກຣຸບ ມຸ່ງໝັ້ນ ທີ່ຈະເປັນບໍລິສັດຜູ້ນໍາໃນລາວ ແລະ ຂະຫຍາຍທຸລະກິດໃຫ້ກ້າວໄກ ເພື່ອຮັບໃຊ້ປະຊາຊົນລາວ ແລະ ພາກພື້ນອາຊີ.
ພາລະກິດ
“ບໍລິສັດ ພູສີ ກຣຸບ ຕັ້ງຫມັ້ນທີ່ຈະສະໜອງການບໍລິການທີ່ມີຄຸນນະພາບສູງສຸດແກູ່ລູກຄ້າຂອງພວກເຮົາຄຽງຄູູ່ໄປການສ້າງຄວາມຫມັ້ນຄົງ
ຍຸດທະສາດ
- ເປັນຜູ້ຮັບເໝົາແຖວຫນ້າຂອງໂຄງການກໍໍ່ສ້າງຂອງລັດຖະບານລາວ.
ການຮ່ວມມື
ຫ້ອງການລັດຖະບານ
- ກະຊວງໂຍທາທິການ ແລະ ຂົນສົ່ງ
- ກະຊວງກະສິກຳ ແລະ ປ່າໄມ້
- ກະຊວງພະລັງງານ ແລະ ບໍ່ແຮ່
ຄຸນຄ່າທີ່ກຸ່ມບໍລິສັດພູ ສີຍຶດຖື
ການເປີດກວ້າງ-ຕໍ່ການຄົນຫາຄວາມເປັນໄປໄດ້ແບບໃຫມ່ໆ ດ້ວຍຄວາມຄິດສ້າງສັນ, ຮຽນຮູ້ຈາກຜົນສຳເລັດ ແລະຄວາມລົ້ມເຫລວ ພ້ອມທັດສະນະທີ່ ຮັບເອົາຄວາມທ້າທາຍ ແລະໂອກາດເພື່ອແກ້ໄຂບັນຫາ.
ບຸກຄະລາກອນ ແລະ ໂຄງຮ່າງການຈັດຕັ້ງ
ທີມງານຂອງພູສີແມ່ນສິ່ງທີ່ມີຄຸນຄ່າສູງສຸດ. ບຸກຄະລາກອນທີ່ເຂັ້ມແຂງແມ່ນປັດ ໃຈສຳຄັນທີ່ຈະນຳພາບໍລິສັດກ້າວໄປທາງຫນ້າ ຍ້ອນດັ່ງນັ້ນ ພວກເຮົາຈິ່ງໄດ້ເອົາໃຈໃສ່ຄັດສັນສະມາຊິກຢ່າງລະມັດລະວັງ.
ພວກເຮົາສ້າງມາດົນ ກວ່າ 20 ປີ
ພວກເຮົາມີຄວາມຮັບຜິດຊອບໃນຜົນງານໃຫ້ໄດ້ຄຸນນະພາບ ຕາມງົບປະມານ ແລະ ໄລຍະເວລາທີ່ກຳນົດ ລວມທັງຄວາມຮັບຜິດຊອບຕໍ່ຊຸມຊົນ ສິ່ງແວດລ້ອມ ແລະ ປະເທດຊາດ.

ໂທເພື່ອຂໍໃບສະເໜີລາຄາ:
(856-21)265394
ມາສ້າງບາງສິ່ງດ້ວຍກັນ
ພວກເຮົາມຸ່ງເນັ້ນຄວາມເປັນເລີດໃນການສ້າງສັນຜົນງານໃຫ້ເປັນທີ່ປະຈັກແກ່ລູກຄ້າ ແລະ ປະຊາຊົນ
ບໍລິສັດຕັ້ງຢູ່ໃສ?
ບໍລິສັດ ພູສີ ກຣຸບ ຈໍາກັດ ສຳນັກງານໃຫຍ່ຕັ້ງຢູ່ໂຮງແຮມຄອນຕີເນັນໂທ ພຣາຊາ, ບ້ານ ໜອງບົວທອງໃຕ້, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ສປປ ລາວ
ຖ້າສົນໃຈຈະຕິດຕໍ່ໄດ້ທາງໃດແດ່?
ທ່ານສາມາດເຂົ້າມາພົວພັນນຳພະນັກງານການຕະຫຼາດຂອງພວກເຮົາໄດ້ທີ່ສຳນັກງານໃຫຍ່
ບໍລິສັດ ພູສີກຣຸບ ຈຳກັດ ໃຫ້ບໍລິການດ້ານໃດແດ່?
- ວິສະວະກຳກໍ່ສ້າງ
- ອອກແບບ ຂົວ-ທາງ
- ຂົ້ນບໍ່ແຮ່
- ນໍ້າມັນເຊື້ອໄຟ
- ອື່ນໆ
ມີຈັກບໍລິສັດໃນບໍລິສັດ ພູສີ ກຣຸບ ຈຳກັດ?
ບໍລິສັດ ພູສີ ກຣຸບ ຈຳກັດ ມີບໍລິສັດໃນເຄືອທັງໝົດ 8 ບໍລິສັດ.
ຜ່ານມາ ເຄີຍເຮັດໂຄງການຫຍັງແດ່?
– ໂຄງການກໍ່ສ້າງເສັ້ນທາງໃນແຂວງຫຼວງພະບາງ
– ໂຄງການກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ