ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ປາກເຊ (ແລວທາງໃໝ່)

ພິທີມອບຮັບຂໍ້ຕົກລົງລັດຖະມົນຕີ ຢ່າງເປັນທາງການ ວ່າດ້ວຍໂຄງການທາງດ່ວນ ໃຫ້ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ຄັ້ງວັນທີ 29 ມັງກອນ 2018

ທາງດ່ວນ ຈາກສະຫວັນນະເຂດ ຫາ ສາລະວັນ (ແລວທາງໃໝ່)
ສະຖານທີ່: ທາງດ່ວນ ຊ່ວງທີສາມ ຈາກເຊໂນ ແຂວງສະຫວັນນະເຂດ ຫາ ນາປົ່ງ ແຂວງສາລະວັນ
- ຜູ້ພັດທະນາ: ບໍລິສັດພູສີກໍໍ່ສ້າງ ແລະ ພັດທະນາມະຫາຊົນ (PCD)
- ໄລຍະເວລາສໍາປະທານ: 50ປີ (ຮູບແບບ BOT)
- ໄລຍະທາງ: ຄວາມຍາວ 128 ກິໂລແມັດ, ກວ້າງ 23 ແມັດ
- ການລົງທືນທັງໝົດ: 1,024,000,000ໂດລາ ສະຫະລັດ
- ໄລຍະເວລາກໍ່ສ້າງ: 4ປີ
- ເລີ່ມຕົ້ນດໍາເນີນການສໍາຫຼວດ: ພຶດສະພາ 2019



ແຜນກິດຈະກໍາທີ່ຕົກລົງຮ່ວມກັນ ດໍາເນີນໃຫ້ສໍາເລັດ
1). ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານລາວ (ສໍາເລັດແລ້ວ);
2). ເຊັນສັນຍາສໍາຫຼວດແລວທາງໃໝ່ລະຫວ່າງລັດຖະບານກັບບໍລິສັດທີ່ປຶກສາ(ສໍາເລັດແລ້ວ)
3). ຊອກຫາແຫຼ່ງທຶນກູ້ຢືມເພື່ອສະໜັບສະໜູນໂຄງການກໍໍ່ສ້າງທາງດ່ວນໃຫ້ສຳເລັດ;
3). ລັດຖະບານລາວ ເປັນຕົວແທນຈັດຈ້າງບໍລິສັດສໍາຫຼວດທາງດ້ານເຕັກນິກເພື່ອສ້າງບົດສຶກສາຄວາມເປັນໄປໄດ້ (ໄລຍະເວລາ 8 ເດືອນຫາໜຶ່ງປີ);
4). ເຊັນສັນຍາກໍໍ່ສ້າງທາງດ່ວນແຕູ່ເຊໂນແຂວງສະຫວັນນະເຂດເຖີງນາປົ່ງແຂວງສາລະວັນ
5). ເຊັນສັນຍາກັບຜູ້ຮ່ວມຮັບເໝົາກໍໍ່ສ້າງ (ອາດຈະເປັນບໍລິສັດຕ່າງປະເທດ)
6). ໄລຍະເວລາກໍີ່ສ້າງແບ່ງອອກເປັນ 4 ໄລຍະ
ໄລຍະທີ 1: ເລີ່ມຈາກປີ 2020-2021
ໄລຍະທີ 2: ເລີ່ມຈາກປີ 2021-2022
ໄລຍະທີ 3:ເລີ່ມຈາກປີ 2022-2023
ໄລຍະທີ 4: ເລີ່ມຈາກປີ 2023-2024


ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ປາກເຊ
ຄາດຄະເນລາຍຮັບໂຄງການທາງດ່ວນ ວຽງຈັນ-ປາກເຊ
ລໍາດັບ | ລາຍການ | ມູນຄ່າ/ເປີ ເຊັນ/ປີ | ປີກໍ່ສ້າງ | ປີກັບລາຍຮັບ |
1 | ມູນຄ່າກໍໍ່ສ້າງທັງໝົດ (64 km) | $224,062,000 | ||
2* | ມູນຄ່າກໍໍ່ສ້າງ/ ກິໂລແມັດ | $8,250,000 | ||
3 | ປີເລີ່ມກໍໍ່ສ້າງ | – | 2020 | |
4 | ປີເກັບລາຍຮັບ | – | 2025 | |
5 | ລາຍຮັບຕໍໍ່ປີ | $23,000,000 | ||
6 | ຊ່ວງໄລຍະເວລາຈ່າຍຄືນ (PB) | 10 ປີ | ||
7 | ມູນຄ່າປະຈຸບັນ ສຸດທິ (NPV) | $28,418,119 | ||
8 | ອັດຕາຜົນຕອບແທນພາຍໃນ (IRR) | 10.14% |