ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດຖ່ານຫີນ ຢູ່ເຂດບ້ານວຽງໃໝ່ ແລະ ບ້ານກຳປອນ, ເມືອງວຽງພູຕາ, ແຂວງຫຼວງນ້ຳທາ

ວັນທີ 28 ເມສາ ປີ 2023 ທີ່ຜ່ານມາ ບໍລິສັດເອວ ນໍເຕີນພັດທະນາ ຈຳກັດ ( L-Northern Development Co,.Ltd.) ບໍລິສັດໃນເຄື່ອ ພູສີ ກຣຸບ ໄດ້ເຊັນສັນຍາຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອສຳຫຼວດຖ່ານຫີນ ຢູ່ເຂດບ້ານວຽງໃໝ່ ແລະ ບ້ານກຳປອນ, ເມືອງວຽງພູຕາ, ແຂວງຫຼວງນ້ຳທາ ໃນເນື້ອທີ 9,25ກມ2.    ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່   ແລະ  ທ່ານ ສີທາ   ພົມມະຈິດ ຜູ້ອຳນວຍການບໍລິສັດ ບໍລິສັດເອວ ນໍເຕີນພັດທະນາ ຈຳກັດ